ຕົ້ນເຜີ້ງ



ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເມືອງ ຕົ້ນເຜີ້ງ, ແຂວງ ບໍ່ແກ້ວ

ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ  ຮ່ວມກັບເຈົ້າໜ້າທີ່ຝ່າຍລາວ ທຸກໆຂັ້ນ ,ກຳລັງກຽມໄລ່ ປະຊາຊົນອອກຈາກ ດິນໄຮ່, ດິນສວນ ຂອງເຂົາເຈົ້າ  ເພື່ອເອົາດິນໃຫ້ ກາສີໂນ :ຕື່ມອີກ
1. ເພິ່ນເຮັດແຈ້ງການ ບໍ່ອອກໃບຕາດິນ ໃຫ້ປະຊາຊົນ ເຂດກາສີໂນ ແລະ ເຂດໄກ້ຄຽງ ກາສີໂນ ( ຜ່ານມາ ກາສີໂນໄດ້ແລ້ວ 827 ເຮັກຕາ ) ເພິ່ນວ່າ ຕ້ອງເພີ້ມໃຫ້ກາສີໂນອີກ ເຖີງ 3.000 ເຮັກຕາ, ຖືກດິນສວນ ດິນນາ
ຜູ້ໃດບໍ່ກ່ຽວ, ຜູ້ໃດບໍ່ຍອມ  ຕ້ອງສັ່ງຈັບ ວ່າຊັ້ນ.
2. ພູຜາປ່າດົງ ຕິດກັບເຂດກາສີໂນ  7.000 ເຮັກຕາ, ເອົາໃຫ້ເຂົາແລ້ວ , ຖ້າໃຫ້ຄົນລາວ ຊອກຫາເຄື່ອງປ່າ  ຂອງກິນ ຕາມທຳມະຊາດ, ທ່ານ ບຸນມີ ເພິ່ນວ່າ: ຄົນລາວ ບໍ່ຟັງຄວາມກັນ  ວ່າຊັ້ນ !
3. ການຊົດເຊີຍ ເພິ່ນຕ້ອງຊົດເຊີຍ ປະຊາຊົນ ໜ້ອຍທີ່ສຸດ,  ເພິ່ນວ່າ  ຢ້ານຈ້າວເຫວີ້ຍ  ເຈົ້າຂອງກາສີໂນ ບໍ່ມີເງິນຈ່າຍ,  ສ່ວນປະຊາຊົນ ຕາຍຊ່າງຫົວມັນ,  ຕາຍເທົ່າໃດ  ກໍເອົາຄົນຈີນມາແທນເທົ່ານັ້ນ !
4. ເຈົ້າໜ້າທີ່ ທຸກໆຂັ້ນ, ລ້ວນແຕ່ເອົາເງິນ ນຳຈ້າວເຫວີ້ຍ  ທັງນັ້ນ.
5. ຢູ່ໃສຄຳຂວັນ : ທຸກສິ່ງທຸກຢ່າງ ເພື່ອປະຊາຊົນ, ມາຈາກ ປະຊາຊົນ ແລະ ຮັບໃຊ້ປະຊາຊົນ ?
6. ຂັ້ນເທິງ ບໍ່ເປັນແບບຢ່າງ,  ຂັ້ນລຸ່ມ ບໍ່ປະຕິບັດຕາມ,  ບໍ່ມີໃຜເອົາຜິດໃຜ, ພໍໆກັນ.       ຄິດຮອດ ເຈົ້າຟ້າງຸ່ມເດ !

ความคิดเห็น

แสดงความคิดเห็น